ກ່ຽວກັບບໍລິສັດ
ພວກເຮົາມຸ່ງໝັ້ນໃນການພັດທະນາບຸກຄະລາກອນ ກໍຄືປະຊາຊົນລາວທຸກຄົນທົ່ວປະເທດ ໃຫ້ໄດ້ມີໂອກາດ ແລະ ຊ່ອງທາງ ໃນການພັດທະນາສັກກະຍະພາບ ຄວາມຮູ້ ແລະ ຄວາມສາມາດຂອງຕົນເອງ ເພື່ອນຳໄປໃຊ້ໃນວຽກງານຈິງ ແລະ ຊີວິດປະຈຳວັນ ໃຫ້ມີປະສິດທິພາບຍິ່ງຂຶ້ນ.
ຂົວເຊື່ອມລະຫວ່າງຜູ້ສອນ ແລະ ຜູ້ຮຽນ
ພວກເຮົາຄືຂົວເຊື່ອມຕໍ່ລະຫວ່າງບັນດາຄູ-ອາຈານ ແລະ ຜູ້ຊ່ຽວຊານທຸກຂະແໜງການ ໃຫ້ໄດ້ມີໂອກາດຖ່າຍທອດຄວາມຮູ້ ແລະ ປະສົບການຂອງຕົນເອງ ໃຫ້ກັບຜູ້ທີ່ສົນໃຈສຶກສາຮ່ຳຮຽນຢ່າງເຕັມທີ່. ແລະ ບັນດາຜູ້ທີ່ສົນໃຈສຶກສາຮ່ຳຮຽນ ກໍສາມາດເຂົ້າເຖິງແຫຼ່ງຄວາມຮູ້ທີ່ມີປະສິດທິພາບ ດ້ວຍການຮຽນຮູ້ຈາກປະສົບການຈິງກັບຜູ້ຊ່ຽວຊານໂດຍກົງ.
ສິ່ງທີ່ພວກເຮົາເນັ້ນ
ພວກເຮົາເນັ້ນສົ່ງເສີມ ແລະ ພັດທະນາຄວາມຮູ້ ຄວາມສາມາດ ແລະ ຄວາມເປັນມືອາຊີບ ໃນວຽກງານ ແລະ ອາຊີບທີ່ແຕ່ລະຄົນເຮັດຢູ່ ໃຫ້ມີປະສິດທິພາບຍິ່ງຂຶ້ນ ເພື່ອປະກອບສ່ວນສ້າງສາ ແລະ ພັດທະນາປະເທດລາວ ໃຫ້ຈະເລີນຮຸ່ງເຮືອງຕະຫຼອດໄປ.